◆ Full-Stack Developer & Designer ◆
Nengxiong
WANGTOUAXIONG
ນັກພັດທະນາ ແລະ ນັກອອກແບບທີ່ຫຼົງໄຫຼໃນ digital creation — ສ້າງທຸກ idea ໃຫ້ກາຍເປັນ product ທີ່ໃຊ້ງານໄດ້ຈິງ
◆ ຜົນງານຂອງຂ້ອຍ ◆
ໂປຣເຈັກທີ່ ສ້າງສັນ
ຜົນງານຈິງທີ່ຂ້ອຍໄດ້ສ້າງດ້ວຍ passion ແລະ ຄວາມຮູ້ຄວາມສາມາດ
NXC-Portfolio — ເວັບພອດໂຟລິໂອສ່ວນຕົວ
NXC-Portfolio
ເວັບໄຊພອດໂຟລິໂອສ່ວນຕົວ ຮອງຮັບ 3 ພາສາ (ອັງກິດ, ໄທ, ລາວ) ດ້ວຍ Zero-Reload Architecture ພ້ອມ Dark/Light Mode ສະຫຼັບພາສາ ແລະ ຮູບແບບສີໄດ້ທັນທີໂດຍບໍ່ຕ້ອງໂຫຼດໜ້າໃໝ່ ຈົດຈຳຄ່າທີ່ເລືອກໄວ້ໃນເບຣົາເຊີ ແລະ ມີຟອມຕິດຕໍ່ທີ່ສົ່ງອີເມວຜ່ານ Route Handler ຂອງ Next.js
nx-creations-landing-page — ເວັບແລນດິງເພຈ NX CREATIONS
nx-creations-landing-page
ເວັບແລນດິງເພຈຂອງ NX CREATIONS ໃຊ້ແນວດີໄຊຊຸດດຽວກັບພອດໂຟລິໂອນີ້ ທັງໂທນ Cyberpunk HUD, ສີໄລ່ລະດັບ ແລະ ງານເຄື່ອນໄຫວ ເລົ່າບໍລິການ ແລະ ຜົນງານຂອງສະຕູດິໂອຈົບໃນໜ້າດຽວ ພ້ອມຊ່ອງທາງຕິດຕໍ່ທ້າຍໜ້າ
nxc-hmoob-ai — ເວັບ AI ພາສາມົ້ງ (ກຳລັງພັດທະນາ)
nxc-hmoob-ai
ໂປຣເຈັກສ່ວນຕົວທີ່ທົດລອງສ້າງ AI ສຳລັບພາສາມົ້ງ ເຮັດວຽກຜ່ານ DeepSeek API ເທິງໜ້າເວັບແຊັດ ຍັງພັດທະນາບໍ່ແລ້ວ 100% ແຕ່ໃຊ້ຖາມຕອບ ແລະ ສົນທະນາທົ່ວໄປໄດ້ແລ້ວ
CSC-POS — ລະບົບຂາຍໜ້າຮ້ານ
CSC-POS
ລະບົບຈັດການການຂາຍໜ້າຮ້ານ (POS) ສຳລັບ CSC Complex Center ຮອງຮັບການຄິດໄລ່ເງິນ, ອອກໃບຮັບເງິນ ແລະ ຕັດສະຕັອກສິນຄ້າແບບ Real-time ທຸກບິນຈະຕັດຍອດສິນຄ້າທັນທີ ແລະ ສົ່ງຕໍ່ເຂົ້າສະຫຼຸບຍອດຂາຍປະຈຳວັນສຳລັບປິດຮອບກະ
CSC-HELP-DESK-IOS — ລະບົບແຈ້ງສ້ອມໄອທີເທິງເວັບສຳລັບຜູ້ໃຊ້ iOS
CSC-HELP-DESK-IOS
ລະບົບແຈ້ງສ້ອມ ແລະ ຊ່ວຍເຫຼືອດ້ານໄອທີພາຍໃນອົງກອນ ເຮັດເປັນເວັບແອັບພລິເຄຊັນສຳລັບຜູ້ໃຊ້ iOS ເປີດຜ່ານເບຣົາເຊີໄດ້ເລີຍໂດຍບໍ່ຕ້ອງຕິດຕັ້ງແອັບ ພະນັກງານເປີດ Ticket ແນບຮູບບັນຫາ ແລະ ຕິດຕາມສະຖານະໄດ້ ສ່ວນທີມໄອທີຮັບງານ ແລະ ປິດງານຈາກໜ້າຈໍດຽວກັນ
ລະບົບ Helpdesk ແຈ້ງສ້ອມ ແລະ ບໍລິການເທິງ Android
CSC Helpdesk Mobile (Android)
ແອັບພລິເຄຊັນແຈ້ງສ້ອມ ແລະ ຊ່ວຍເຫຼືອດ້ານໄອທີພາຍໃນອົງກອນເທິງ Android ພັດທະນາດ້ວຍ React Native ຊ່ວຍໃຫ້ພະນັກງານເປີດ Ticket, ຕິດຕາມສະຖານະ ແລະ ຮັບການແຈ້ງເຕືອນແບບ Real-time ໃຊ້ຂະບວນການດຽວກັບເວີຊັນເວັບ
◆ ທັກສະ ◆
ເຕັກໂນໂລຊີທີ່ ຂ້ອຍໃຊ້
Stack ທີ່ຂ້ອຍເລືອກໃຊ້ ລ້ວນຜ່ານການທົດສອບຈາກໂປຣເຈັກຈິງ
Frontend
5 SKILLS
Backend & Database
6 SKILLS
DevOps, Cloud & AI Tools
6 SKILLS
Mobile
3 SKILLS
Design
4 SKILLS
◆ ເສັ້ນທາງອາຊີບ ◆
ປະສົບການ ການເຮັດວຽກ
ບັນທຶກການເດີນທາງໃນຖານະ developer ແລະ designer ໃນການສ້າງສັນ digital solutions
Thai CV
ฉบับภาษาไทย
Lao CV
ສະບັບພາສາລາວ
Full-Stack Developer
ບໍລິສັດ CSC Complex Center
ອອກແບບ, ພັດທະນາ ແລະ ດູແລລະບົບເວັບແອັບພລິເຄຊັນແບບ End-to-End ຄອບຄຸມຫຼາຍກວ່າ 10+ ໂປຣເຈັກພາຍໃນອົງກອນ
// ຜົນງານ ແລະ ຄວາມຮັບຜິດຊອບເດັ່ນ
- ອອກແບບ, ພັດທະນາ ແລະ ດູແລລະບົບເວັບແອັບພລິເຄຊັນແບບ End-to-End (System Analysis, UX/UI, Frontend & Backend).
- ພັດທະນາ ແລະ ເຊື່ອມຕໍ່ API, ບໍລິຫານ Source Code ດ້ວຍ Git/GitHub ແລະ Deploy ລະບົບຂຶ້ນ Production Server ດ້ວຍ PM2.
- ພັດທະນາຫຼາຍກວ່າ 10 ໂປຣເຈັກທີ່ໃຊ້ງານພາຍໃນອົງກອນ ເຊັ່ນ: ລະບົບຈອງຫ້ອງປະຊຸມ, ລະບົບ Helpdesk, ລະບົບຈັດການການຂາຍ (POS) ແລະ ອື່ນໆ.
- ນຳໃຊ້ AI-Assisted Tools ຊ່ວຍໃນການຂຽນໂຄ້ດ, ຮີວິວໂຄ້ດ (Code Review), ຫຼຸດຜ່ອນເວລາໃນການພັດທະນາ ແລະ ຈັດການຂຽນ System Documentation / Skill Files (skill.md).
Full-Stack Developer & UX/UI Designer
ບໍລິສັດ ໂອດ້ຽນ ມໍລ໌ (Odien Mall)
ວິເຄາະຄວາມຕ້ອງການ, ອອກແບບ UX/UI ທີ່ໃຊ້ງານງ່າຍ ແລະ ພັດທະນາເວັບແອັບພລິເຄຊັນທັງ Frontend ແລະ Backend RESTful API ດ້ວຍ Python ແລະ PostgreSQL
// ຜົນງານ ແລະ ຄວາມຮັບຜິດຊອບເດັ່ນ
- ວິເຄາະຄວາມຕ້ອງການ ແລະ ອອກແບບ UX/UI ຂອງເວັບແອັບພລິເຄຊັນ ເນັ້ນໃຊ້ງານງ່າຍ ແລະ ຕອບສະໜອງຄວາມຕ້ອງການຂອງຜູ້ໃຊ້ໃນອົງກອນ.
- ພັດທະນາ Frontend ດ້ວຍ HTML, CSS, Bootstrap, JavaScript ໃຫ້ຕົງຕາມການອອກແບບ.
- ພັດທະນາ Backend ແລະ RESTful API ດ້ວຍ Python (Flask) ພ້ອມຈັດການຖານຂໍ້ມູນດ້ວຍ PostgreSQL, ປະສານງານກັບທີມ, ແກ້ໄຂ Bug ແລະ ປັບປຸງລະບົບໃຫ້ເຮັດວຽກໄດ້ສະຖຽນລະພາບ.
Frontend Developer (ນັກສຶກສາຝຶກງານ)
ບໍລິສັດ ໂອດ້ຽນ ມໍລ໌ (Odien Mall)
ຝຶກງານໃນຕຳແໜ່ງ Frontend Developer ພັດທະນາໜ້າເວັບ ແລະ User Interface ດ້ວຍ HTML, CSS, JavaScript ແລະ Bootstrap ຕັ້ງໃຈພັດທະນາຈົນໄດ້ຮັບການບັນຈຸເຂົ້າເຮັດວຽກປະຈຳທັນທີຫຼັງຮຽນຈົບ
// ຜົນງານ ແລະ ຄວາມຮັບຜິດຊອບເດັ່ນ
- ອອກແບບ ແລະ ພັດທະນາໜ້າເວັບແບບ Responsive ໂດຍນຳໃຊ້ HTML5, CSS3, JavaScript ແລະ Bootstrap.
- ປະສານງານກັບທີມພັດທະນາເພື່ອປັບປຸງ UI Layout ແລະ ຄວາມຖືກຕ້ອງໃນການສະແດງຜົນໃນທຸກອຸປະກອນ.
- ມີສ່ວນຮ່ວມໃນການທົດສອບ UI ແລະ ແກ້ໄຂບັນຫາການສະແດງຜົນ (UI Bugs) ໃນບຣາວເຊີຕ່າງໆ.
- ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈ ແລະ ຜົນງານທີ່ໂດດເດັ່ນ ຈົນໄດ້ຮັບຄວາມໄວ້ວາງໃຈບັນຈຸເຂົ້າເຮັດວຽກປະຈຳທັນທີຫຼັງຮຽນຈົບ.
◆ ກ່ຽວກັບຂ້ອຍ ◆
ຂ້ອຍ ຄືໃຜ
// MY_STORY
Full-Stack Developer ທີ່ມີທັກສະ DevOps ພື້ນຖານ ມີປະສົບການພັດທະນາຊອບແວ 10+ ໂປຣເຈັກ. ພາສາ ແລະ ເຄື່ອງມື: TypeScript, Node.js, Prisma ORM, PostgreSQL, Figma ແລະ ອື່ນໆ.
ວິເຄາະລະບົບ ແລະ ຈັດການ Source Code ດ້ວຍ Git/GitHub, ຕັ້ງຄ່າ CI/CD ດ້ວຍ GitHub Actions (Self-hosted Runner) ແລະ ໃຊ້ Docker ໃນການ Deploy ໂດຍ Deploy Frontend ຜ່ານ Vercel ແລະ Deploy Backend ຂຶ້ນ Server ອົງກອນດ້ວຍ PM2.
ມີພື້ນຖານການ Deploy ເທິງ AWS EC2 (Security Group, Elastic IP), ໃຊ້ Nginx, ຈົດໂດເມນ ແລະ HTTPS/SSL ພ້ອມປະຍຸກໃຊ້ AI (Cursor, Claude, Antigravity, Copilot) ເພື່ອເລັ່ງຄວາມໄວໃນການວິເຄາະ ແລະ ພັດທະນາລະບົບ.
// PERSONAL_SKILLS
Frontend & Backend
React, Next.js, Node.js ແລະ TypeScript ພັດທະນາເວັບແອັບພລິເຄຊັນຄົບວົງຈອນ
Deployment & CI/CD
GitHub Actions (Self-hosted Runner), Docker, PM2, Vercel, AWS, HTTPS/SSL ແລະ ໂດເມນ
Database & Tools
PostgreSQL, Navicat, Prisma ORM, Postman ແລະ Swagger ສຳລັບວຽກຂໍ້ມູນ ແລະ API
Design
Figma, Canva ແລະ Photoshop ສຳລັບອອກແບບ Interface ແລະ ສື່ປະກອບ
ປະຫວັດການສຶກສາ
ປະລິນຍາຕີ ສາຂາ ພັດທະນາໂປຣແກຣມ ຄອມພິວເຕີ
ສະຖາບັນ ເຕັກໂນໂລຊີ ສຸດສະກະ (Soutsaka Institute of Technology)
ທັກສະທາງພາສາ
◆ ຕິດຕໍ່ຂ້ອຍ ◆
ພ້ອມທີ່ຈະ ເລີ່ມຕົ້ນ
ຝາກຂໍ້ມູນໄວ້ ແລ້ວຂ້ອຍຈະຕິດຕໍ່ກັບໄວທີ່ສຸດ